ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກວິທະຍາຄານການແພດກອງທັບ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II


     ກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກວິທະຍາຄານການແພດກອງທັບ ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2023 ນີ້, ໂດຍການເຂົ້າຮ່ວມ
ເປັນປະທານຂອງສະຫາຍ ພົນຕີ ຄຳເພັດ ສີຊານົນ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ເລຂາຄະນະອົງການກົມໃຫຍ່,
ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກຮາກຖານ, ແຂກທີ່ຖືກເຊີນ, ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ເລຂາຄະນະພັກ ຫົວໜ້າການເມືອງ, ວິທະຍາຄານການແພດກອງທັບ ໄດ້ສະຫຼຸບຕີລາ
ຄາຄືນ​ໃນການເຄື່ອນໄຫວຊີ້ນໍາ-ນໍາພາຂອງຄະນະພັກໃນໄລຍະຜ່ານມາ, ເຊິ່ງຄະນະພັກໄດ້ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ນຳພາ
ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ
ແລະ ເຮັດສໍາເລັດໜ້າທີ່ຕາມການມອບໝາຍ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ ຕິດພັນກັບການກໍ່ສ້າງກອງ ປອດໃສ ເຂັ້ມແຂງ ໜັກ
ແໜ້ນຕາມ 5 ຫຼັກການ 3 ທິດນໍາ ຂອງພັກ ຢ່າງຖືກທິດ ໄດ້ທັງປະລິມານ ແລະ ຄຸນນະພາບ, ເປັນເຈົ້າການເຮັດສໍາເລັດໜ້າທີ່ວິຊາສະເພາະ
ຂອງຕົນຮັບປະກັນໃນການຊີ້ນໍາດ້ານໂຄງການຫລັກສູດ, ການຮຽນ-ການສອນທຸກລະບົບ ທີ່ເຂົ້າມາສຶກສາຢູ່ວິທະຍາຄານການແພດກອງທັບ
ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ຄຽງຄູ່ກັນນີ້ ຍັງໄດ້ປະສານສົມທົບຄູທີ່ກ່ຽວຂ້ອງອົບຮົມຫັດແອບວຽກງານຈັດຕັ້ງບັນຊາເສນາຮັກ
ໃຫ້ມີຜົນສໍາເລັດ ໃນໄລຍະຜ່ານມາໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ປະລິນຍາຕີການແພດ 6 ປີ ມີ 7 ຫ້ອງ, ພະຍາບານຊັ້ນສູງ 3 ປີ
ມີ 1 ຫ້ອງ, ຊ່ຽວຊານຂັ້ນ 1 ສາຍພາຍໃນ ແລະ ສາຍພາຍນອກ 2 ປີ ມີ 2 ຫ້ອງ, ປະລິນຍາໂທ ສາຂາໜ້າທີ່ການເມືອງ 3 ປີ ມີ 1 ຫ້ອງ ແລະ
ວິເຄາະຊັ້ນກາງ 2 ປີ ມີ 1 ຫ້ອງ, ປະຕິບັດຫຼັກສູດສຳເລັດມີ: ຊ່ຽວຊານ 1, ປະລິນຍາຕີການແພດ 6 ປີ ມີ 4 ຫ້ອງ, ຊັ້ນສູງ 3 ປີ ມີ 3 ຫ້ອງ
ແລະ ບໍາລຸງ 5 ເດືອນ ມີ 4 ຫ້ອງ, ນອກນີ້ຍັງໄດ້ເອົາໃຈໃສ່ຄົ້ນຄວ້າວິທະຍາສາດການແພດ ໂດຍສະເພາະຈັດຕັ້ງປະຕິບັດຜ່ານຫົວບົດວິທະຍາ
ສາດ, ຜ່ານບົດການຮຽນ-ການສິດສອນເປັນປະຈໍາສາມາດສ້າງປື້ມແບບຮຽນສໍາເລັດ 366 ຫົວ, ຈາກລາຍການປື້ມທີ່ຂຽນໄດ້ 61 ວິຊາ, ຈໍາ
ໜ່າຍປຶ້ມແບບຮຽນ 16 ຫົວ, ບໍລິການປຶ້ມຄູ່ມືໃຫ້ໂຮງໝໍບໍລິເວນ 4 ແຫ່ງ ນອກ​ຈາກນີ້ກໍ່ຍັງ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ດ້ານ​ອື່ນໆ​ ທີ່ປິ່ນອ້ອມ
ໜ້າທີ່ການເມືອງຂອງກົມກອງ ເຊິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ຂັ້ນ​ພື້ນ​ຖານ.

     ໂອກາດດັ່ງກ່າວຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ແລະ ຮັບຮອງເອົາແຜນການຄາດໝາຍສູ້ຊົນໃນຕໍ່ໜ້າ ພ້ອມ
ທັງປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ໂດຍປ່ອນບັດຄັດເລືອກໄດ້ ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ເປັນເລຂາຄະນະພັກ,
ພົນຈັດຕະວາ ຈັນສະໝອນ ມະຫາວົງ ເປັນຮອງເລຂາຄະນະພັກ ແລະ ສະຫາຍ ພັນໂທ ສີສຸວັນ ທິປະພັນ ເປັນປະທານກວດກາພັກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 18/10/2023